ECME Company Profile here link

1. ກ່ຽວກັບພວກເຮົາ

ຄວາມເປັນມາຂອງບໍລິສັດ ECME

        ບໍລິສັດສ້າງຕັ້ງຂຶ້ນໃນປີ 2009 ພາຍໃຕ້ຊື່ ບໍລິສັດວິຊາການໄຟຟ້າ ໂຍທາ ແລະ ກົນຈັກ ລາວ ຈຳກັດຜູ້ດຽວ, ທີ່ຂຶ້ນທະບຽນເປັນເອກະຊົນພາຍໃນ ແລະ ແລະສະໜອງການບໍລິການພາຍໃຕ້ມາດຕະຖານສາກົນໂດຍອີງໃສ່ມາດຕະຖານຂອງອົດສະຕາລີ ແລະ ນີວເຊີແລ໋ນ (AS / NZS 3000: 2007). ບໍລິສັດ ECME ໄດ້ສະໜອງແຮງງານຊ່າງໄຟຟ້າໃຫ້ບໍ່ຄໍາ SEPON ແຕ່ 2010 ດ້ວຍມາດຕະຖານແລະຄວາມປອດໄພສູງໂດຍປາສະຈາກການສູນເສຍເວລາບາດເຈັບໃດໆ.

          ສຳນັກງານໃຫຍ່ ECME ຕັ້ງຢູ່ໃນນະຄອນຫຼວງວຽງຈັນ, ມີຫ້ອງການ, ພື້ນທີ່ເພື່ອອໍານວຍຄວາມສະດວກໃຫ້ວຽກງານສ້ອມແປງ, ໄຟຟ້າ ແລະ ກົນຈັກເບົາ.

 ການເຝິກອົບຮົມ

             ECME ບັນຈຸພະນັກງານຄຸ້ມຄອງ ແລະ ບໍລິຫານທີ່ມີຄຸນນະ ພາບສູງ, ຜົນງານຂອງພວກເຂົາຖືກທົບທວນແລະປະເມີນທຸກປີ. ໃນຖານະເປັນບໍລິສັດພວກເຮົາມຸ່ງໝັ້ນ ແລະ ເອົາໃຈໃສ່ເປັນພິເສດໃນການພັດທະນາພະນັກງານເພື່ອຮັບປະກັນການມອບໝາຍໜ້າທີ່ວຽກງານໃຫ້ມີຄຄວາມເໝາະສົມກັບຄຸນນະວຸດ ແລະ ປະສົບການທີ່ເໝາະສົມຂອງເຂົາເຈົ້າ. 

 ການຄວບຄຸມຄຸນະພາບ

          ECME ໄດ້ພັດທະນາ ແລະ ຈັດຕັ້ງປະຕິບັດລະບົບການບໍລິຫານໃຫ້ໄດ້ຄຸນນະພາບທີ່ສອດຄ່ອງກັບມາດຕະຖານອົດສະຕາລີ, ພວກເຮົາບໍ່ເຄີຍປະນີປະນອມກັບເລື່ອງຄຸນນະພາບເພື່ອລາຄາ. ພວກເຮົາມີປັດຊະຍາທີ່ລຽບງ່າຍໃນການເຮັດວຽກໃຫ້ສໍາເລັດຕາມເວລາ ແລະ ງົບປະມານທີ່ກໍານົດໄວ້, ໃນຂະນະທີ່ຍັງໃຫ້ບໍລິການທີ່ມີຄຸນນະພາບ.

ສຸຂະພາບ ແລະ ຄວາມປອດໄພ

         ECME ມີຄວາມມຸ້ງໝັ້ນທີ່ຈະໃຫ້ພະນັກງານທຸກຄົນມີສະຖານທີ່ເຮັດວຽກທີ່ມີຄວາມປອດໄພ, ພ້ອມທັງຮັບປະກັນວ່າພວກເຮົາຈະສ້າງສະພາບແວດລ້ອມທີ່ສະອາດປອດໄພສຳລັບຜູ້ຮັບເໝົາ ຫຼື ສະມາຊິກໃນພື້ນທີ່ໂຄງການຂອງພວກເຮົາ. ຜ່ານການຝຶກອົບຮົມທັງພາຍໃນ ແລະ ພາຍນອກພວກເຮົາເຊື່ອວ່າພວກເຮົາຈະປັບປຸງປະຫວັດການເຮັດວຽກດ້ວຍຄວາມປອດໄພຢ່າງຕໍ່ເນື່ອງ ເພື່ອໃຫ້ເກີດຜົນປະໂຫຍດແກ່ທຸກໆຄົນທີ່ກ່ຽວຂ້ອງກັບບໍລິສັດຂອງພວກເຮົາ.

ການດໍາເນີນງານທີ່ມີປະສິດທິຜົນ

           ບໍລິສັດມີແຜນການປັບປຸງປະສິດທິພາບຂອງການດໍາເນີນງານຢ່າງຕໍ່ເນື່ອງໃນສະຖານທີ່ເຮັດວຽກ ແລະ ປະຕິບັດຕາມມາດຕະການທີ່ມີປະສິດຕິຜົນສູງສຸດໃນການບັນລຸຈຸດປະສົງນີ້. ກໍາລັງແຮງງານຂອງບໍລິສັດແມ່ນຖືກຈ້າງງານໂດຍກົງ. ພວກເຮົາບໍ່ສົ່ງເສີມການເຮັດວຽກແບບຫລາຍຊົ່ວໂມງທີ່ເກີນຄວາມຈໍາເປັນ, ແຕ່ການບັນລຸຜົນສໍາເລັດໃນການເຮັດວຽກແບບມີປະສິດທິພາບສູງແມ່ນເຮັດໄດ້ດ້ວຍການໃຫ້ລາງວັນເພື່ອເປັນການສົ່ງເສີມຄວາມພະຍາຍາມໃນການເຮັດວຽກແບບ 100% ໂດຍທີ່ບໍ່ຕ້ອງຫຼຸດມາດຕະຖານຂອງວຽກລົງ.

2. ຈຸດປະສົງ, ຄຸນຄ່າ ແລະ ຄວາມສຳເລັດຂອງພວກເຮົາ     

ຈຸດປະສົງຂອງພວກເຮົາ

           ເພື່ອສ້າງສາຍພົວພັນໄລຍະຍາວກັບລູກຄ້າຂອງພວກເຮົາ, ດ້ວຍການສະໜອງການບໍລິການທີ່ມີຄຸນນະພາບໃຫ້ແກ່ຊຸມຊົນພ້ອມກັບການຮັບປະກັນສີມືແຮງງານ ແລະ ຜະລິດຕະພັນຂອງພວກເຮົາ ແລະ ພາຍໃຕ້ມາດຕະຖານສາກົນ.

ຄູນຄ່າຂອງພວກເຮົາ

· ສຸຂະພາບແລະຄວາມປອດໄພ : ພວກເຮົາມີຄວາມມຸ້ງໜັ້ນທີ່ຈະສົ່ງເສີມແບບແຜນຊີວິດທີ່ມີສຸຂະພາບດີ ແລະ ມາດຕະຖານຄວາມປອດໄພສະຖານທີ່ເຮັດວຽກ ແລະ ສືບຕໍ່ປັບປຸງການປະຕິບັດຢູ່ໃນສະຖານທີ່ເຮັດວຽກໃຫ້ດີຂື້ນຢູ່ເລື້ອຍໆ

· ບຸກຄະລາກອນຂອງພວກເຮົາ : ພັດທະນາບຸກຄະລາກອນຂອງພວກເຮົາເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງຊູມຊົນ ແລະ ແບ່ງປັນຄວາມຮູ້, ແນະນຳພວກເຂົາໃຫ້ມີວິໄນເພື່ອກາຍເປັນບຸກຄົນເກັ່ງທີ່ມີຄຸນສົມບັດດີໃນການປະກອບຊາຊີບ

· ສິ່ງແວດລ້ອມ : ມີຄວາມຮັບຜິດຊອບໂດຍຜ່ານການສຶກສາເພື່ອອະນາຄົດທີ່ໝັ້ນຄົງ

· ຄວາມເຄົາລົບ : ເປັນຜູ້ໃຫ້ ແລະ ຜູ້ຮັບ

ຜົນສຳເລັດ

            ກາຍເປັນບໍລິສັດທີ່ເປັນຕົວແບບໃນຊຸມຊົນຂອງລາວ, ພັດທະນາຄົນຂອງເຮົາ ແລະ ທຸລະກິດຂອງພວກເຮົາ, ຕອບແທນຄືນໃຫ້ກັບຊຸມຊົນ

3. ຂົງເຂດການໃຫ້ບໍລິການ

· ພາກສ່ວນອຸດສາຫະກຳ: ບໍລິສັດບໍ່ແຮ່, ໂຮງງານຜະລິດເຄື່ອງດື່ມ

· ພາກສ່ວນການຄ້າ: ອາຄານພານິດ, ທະນາຄານ, ໂຮງແຮມ, ໂຮງໝໍ ແລະຫ້ອງການ.

· ອົງການຈັດຕັ້ງສາກົນ

· ສະຖານທູດ

· ອາຄານທີ່ຢູ່ອາໄສ

 

:2020-01-29 15:16:37